ສະບາຍດີຈາກ Frankkung, Platform ນີ້ເປີດໃຫ້ຜູ້ທີ່ສົນໃຈດ້ານຄວາມປອດໄພເຂົ້າມາເຝິກຝົນທັກສະການແກ້ໄຂບັນຫາດ້ານ Cyber Security ຫຼືເອີ້ນງ່າຍໆວ່າຫຼິ້ນ CTF

Capture The Flag ເປີດໃຫ້ມີການແຂ່ງຂັນກັນທົ່ວໂລກເປັນປະຈຳ ແລະຂ້າພະເຈົ້າເອງກໍ່ຢາກສ້າງລະບົບນີ້ຂຶ້ນມາເພື່ອກະຕຸ້ນໃຫ້ໝູ່ເພື່ອນໄດ້ລອງສຳຜັດກັບ CTF ແລະຮຽນຮູ້ສິ່ງໃໝ່ໆເພື່ອທີ່ຈະສາມາດນຳເອົາຄວາມຮູ້ຈາກການຜ່ານໂຈດຕ່າງໆໃນນີ້ໄປປະຍຸກໃຊ້ກັບໜ້າວຽກຂອງທ່ານ.

ໂຈດຈະມີຄວາມຫຼາກຫຼາຍທັງຮູບແບບ ແລະຄວາມຊັບຊ້ອນ, ຍິ່ງຊັບຊ້ອນຍິ່ງຄະແນນຫຼາຍ ແລ້ວທາງທີມງານຈະມີການເພີ່ມໂຈດມາໃໝ່ມາເລື້ອຍໆ.

ໂຈດທີ່ຢູ່ໃນ Level-UP Platform ຈະມີຢູ່ທັງໝົດ 6 ໝວດດັ່ງນີ້:


WEB : ໂຈດກ່ຽວກັບຄວາມປອດໄພ Web Application

CRYPTO : ໂຈດກ່ຽວກັບການແກ້ໄຂບັນຫາກ່ຽວກັບການເຂົ້າລະຫັດ

FORENSICS : ໂຈດດ້ານນິຕິວິທະຍາ ການແກະຮອຍ ແລະ ຄົ້ນຫາກົກປາຍສາເຫດຂອງຄວາມຜິດປົກກະຕິ

PWNABLE : ໂຈດເຈາະເຂົ້າສູ່ Server ແລະ ຄວບຄຸມເຊີເວີຈາກໄລຍະໄກ

REVERSE ENGINEERING : ໂຈດດ້ານການເຮັດວິສະວະກຳຍ້ອນກັບແກະໂປແກມມາເພື່ອຫາຂໍ້ມູນລັບທີ່ຢູ່ໃນນັ້ນ

MISC : ໂຈດຄວາມຮູ້ທົ່ວໄປຂອງ Computer


ຖ້າຫາກທ່ານຜ່ານໂຈດເຖິງເກນທີ່ທີມງານ Lao Hacker ກຳນົດ, ພວກເຮົາຈະມີຂອງຂວັນໃຫ້ກັບຄວາມພະຍາຍາມຂອງທ່ານເປັນເສື້ອ Level-UP by Lao Hacker ສ່ວນຈະເປັນແນວໃດນັ້ນຕິດຕາມໄດ້ຢູ່ Facebook page: Lao Hacker ເດີ້

ຖ້າຫາກທ່ານເບື່ອໃນການເປັນຜູ້ຫຼິ້ນທ່ານສາມາດຮ່ວມສົ່ງໂຈດເຂົ້າສູ່ platform ຂອງພວກເຮົາໄດ້ ແຕ່ຕ້ອງຜ່ານການຣີວິວຈາກທີມງານເຮົາກ່ອນ

ສຸດທ້າຍນີ້ຂ້າພະເຈົ້າ Frankkung ຂໍໃຫ້ທ່ານໄດ້ມ່ວນກັບໂຈດຕ່າງໆທີ່ພວກເຮົາໄດ້ກະກຽມໄວ້ໃຫ້ ແລະຖ້າມີຈຸດໃດທີ່ຕ້ອງການໃຫ້ປັບປຸງສາມາດທັກ Inbox ຫາພວກເຮົາໄດ້ຢູ່ທີ່ facebook page ໄດ້ເລີຍເດີ້

ຮັກແພງ,